12.ເຮືອນຄົວ
ຄິກອ່ານເຮືອນຄົວ
ເຮືອນຄົວນີ້ໃຊ້ສໍາລັບແຕ່ງອາຫານ ( ຄົວກິນ ) ທະຫວາຍຖວຍພຣະບາດສົມເດັດພຣະເຈົ້າຊີວິດ, ມະເຫສີ ແລະ ຄອບຕົວ, ພ້ອມທັງແຕ່ງອາຫານໃຫ້ທະຫານຜູ້ທີຖືກມາປະຈໍາການຮັກສາພຣະອົງ, ໃນຣາຊການຂອງພຣະບາດສົມເດັດພຣະເຈົ້າຊີວິດ ສຣີສວ່າງ ວັດທະນາ ແຕ່ງອາຫານ ( ຄົວກິນ ) ສ່ວນຫຼາຍຈະແມ່ນມະເຫສີ ຄໍາຜຸຍ ເພີ່ນຄົວເອງສໍາລັບທະຫວາຍຖວຍພຣະບາດສົມເດັດພຣະເຈົ້າຊີວິດ ສຣີສະວ່າງ ວັດທະນາ, ( ອາຫານທີພຣະບາດສົມເດັດພຣະເຈົ້າຊີວິດ ສຣີສະວ່າງ ວັດທະນາ ໝັກສະເຫວີຍແມ່ນ ເອາະຫຼາມ, ແຈ່ວບອງ, ໄຄແພ່ນ, ແກງພັກ, ມົກປາຝອກ, ຊຸບພັກຈືນປານ້ອຍ ແແລະ ອາຫານອື່ນໆ ) ເຮືອນຄົວນີ້ສ້າງໃນປີ ຄ.ສ 1974, ປະຈຸບັນຫ້ອງຄົວກິນນີ້ ເພີ່ນນໍາມາໃຊ້ເປັນຫ້ອງປປະຊຸມ ແລະ ຫ້ອງນໍ້າໃຫ້ແກ່ນັກທ່ອງທ່ຽວ.
ເຊີນທ່ານທ່ອງທ່ຽວສະຖານທີຕໍ່ໄປ ເດີ່ນເທນິດ