06.ໂຮງເຮືອພຣະທີນັ່ງ
ຄິກອ່ານໂຮງເຮືອພຣະທີນັ່ງ
ໂຮງເຮືອພຣະທີນັ່ງນີ້ໃນເມື່ອກ່ອນ ເປັນບ່ອນຂັງກວງຂອງເຈົ້າຊີວິດ ພາຍຫຼັງປ່ຽນແປງການປົກຄອງມາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະມານປີ ຄ.ສ 1991 ເພີ່ນຈີ່ງຍ້າຍເຮືອຊວງຈາກແຄມຂອງທາງຫຼັງພຣະຣາຊວັງຂື້ນມາໄວ້ຢູ່ໃນວັງບ່ອນຂັງກວງ ສະນັ້ນເພີ່ນຈີ່ງເອີ້ນວ່າໂຮງເຮືອພຣະທີນັ່ງຈົນເຖີງປັດຈຸບັນ.
- ເຮືອທົງພຣະທີ່ນັ່ງ ( ສໍາລັບເຈົ້າຊີວິດ ແລະ ມະເຫສີ )
ເຮືອທົງພຣະທີ່ນັ່ງນີ້ໃຊ້ສໍາລັັັບແຫ່ສົມເດັດພຣະເຈົ້າມະຫາຊີວິດ ແລະ ສົມເດັດພຣະມະເຫສີ ໃນບຸນຫໍ່ເຂົ້າປະດັບດິນເດືອນ 09 ເຂົ້າຊູຍຶ່ງຄານ, ( ຕາມຮີດຄອງປະເພນີບຸນຊ່ວງເຮືອເດືອນ 09 ຫໍ່ເຂົ້າປະດັບດິນຂອງທຸກໆປີ).
- ເຮືອອີ່ງ່ຽງ ແລະ ເຮືອນາງດໍາ ( ເປັນເຮືອຂອງທະຫານຮັກສາພຣະອົງ )
ເຮືອອີ່ງ່ຽງ ແລະ ເຮືອນາງດໍາ ເປັນເຮືອຂອງທະຫານຮັກສາພຣະອົງປະຈໍາພຣະຣາຊສໍານັກ ໃນບຸນຫໍ່ເຂົ້າປະດັບດິນເດືອນ 09, ເຮືອທັງສອງລໍານີ້ຍັງເປັນເຮືອທີ່ເຂົ້າຮ່ວມການແຂງຂັນຊ່ວງເຮືອກັັບເຮືອທີ່ມາຈາກໝູບ້ານຕ່າງໆ, ແຕ່ລະເຂດ ( ຕາແສງ ) ເພື່ອຊິງຂັນຂອງສົມເດັດພຣະເຈົ້າມະຫາຊີວິດ ຢູ່ທີ່ຍິ່ງຄານ, ທ່າບ້ານຫາດຫ່ຽນ ແລະ ປາກແມ່ນໍ້າດົງ ບ້ານສັງຄະໂລກ, ບ້ານຄອຍ ຕາມຮີດຄອງປະເພນີບຸນເດືອນ 09 ຫໍ່ເຂົ້າປະດັບດິນຂອງທຸກໆປີ.
ເຊີນທ່ານທ່ອງທ່ຽວສະຖານທີຕໍ່ໄປ ວັງລະດູໜາວ