Loading

05.ໜອງເທິງເກດ

ໜອງເທິງເກດ ຊື່ເດີມເອີ້ນວ່າ: ໜອງຕາບ້ານ ຕາເມືອງ ຕໍ່ມາໄດ້ປ່ຽນຊື່ມາເປັນ ໜອງເທິງເກດ ຫລື ໜອງເທິງຫົວ ໃນຣາຊການຂອງພຣະບາດສົມເດັດພຣະເຈົ້າ ຄໍາສຸກ ( ສັກກະລິນ ) ໃນປີ ຄ.ສ 1890. ໜອງເທິງເກດນີ້ ເປັນໜອງທີ່ສັກສິດ ແລະ ເຄັດຢໍາ ພຣະບໍລົມສານຸວົງ ແລະ ປະຊາຊົນຊາວຫຼວງພະບາງໄດ້ເຄົາລົບບູຊາສະຖານສັກສິດແຫ່ງນີ້ມາແຕ່ບູຮານນະການ ຈົນເຖິງທຸກວັນນີ້.

ໃນບຸນຕຸດສົງການປີໃໝ່ລາວ ວັນທີ່ 16 ເມສາ (4) ຂອງທຸກໆປີ, ເວລາປະມານ 19:00 ໂມງ ຈະມີພິທີແຫ່ງພຣະຍານາຄ ( ທ້າວໃຈຈໍານົງ ) ຈາກພຣະທາດພູສີ ລົງມາສູ່ໜອງເທິງເກດ, ແຫ່ຮຸ່ນພຣະຍານາກອ້ອມໜອງສາມຮອບສໍາເລັດແລ້ວ ຈິງໄປຟ້ອນພຣະລັກ-ພຣະລາມ ສະເຫຼີມສະຫຼອງຕ້ອນຮັັບປີໃໝ່ລາວຢູ່ຕໍ່ໜ້າຫໍພຣະບາງ.

ເຊີນທ່ານທ່ອງທ່ຽວສະຖານທີຕໍ່ໄປ ໂຮງເຮືອພຣະທີນັ່ງ

Scroll to Top